| SOPHOS ແມ່ນຫຍັງ? |
|
|
|
| Written by Administrator | ||
| Saturday, 12 February 2011 11:59 | ||
|
SOPHOS ແມ່ນນັກພັດທະນາ ແລະ ຕົວແທນຂອງຊອບແວຮັກສາຄວາມປອດໄພ ແລະ ຮາດແວ, ລວມເຖິງ Anti-Virus, Anti-Spyware, Anti-Spam, Network Access Control, ຊອບແວການເຂົ້າລະຫັດ ແລະ ການຫຼີກລ້ຽງການສູນຫາຍຂອງຂໍ້ມູນສຳລັບ ຄອມພິວເຕີຕັ້ງໂຕະ, ເຊີບເວີ, ລະບົບອີເມວ ແລະ ລະບົບເຄືອຂ່າຍເກດເວອື່ນໆ.
ຫ້ອງທົດລອງ SOPHOS ແມ່ນສູນບໍລິສັດເຄືອຂ່າຍທົ່ວໂລກໃນການວິເຄາະໄວຣັສ. ໄດ້ສ້າງຕັ້ງໃນປີ 1985 ໂດຍ Dr. Peter Lammer ແລະ Dr. Jan Hruska, SOPHOS ແມ່ນ ບໍລິສັດສ່ວນບຸກຄົນ ແລະ ສຳນັກງານໃຫຍ່ຮ່ວມກັນໃນ Abingdon, ອັງກິດ ແລະ Burlington, Massachusetts, ສະຫະລັດອາເມລິກາ.
ດ້ວຍຄວາມທີ່ບໍ່ຄືກັບບໍລິສັດພັດທະນາລະບົບຮັກສາຄວາມປອດໄພອື່ນ, ໂຊໂຟດບໍ່ໄດ້ພັດທະນາ Anti-Virus ແລະ Anti-Spam ສຳລັບຜູ້ນຳໃຊ້ທົ່ວໄປ, ແຕ່ໃນທາງກົງກັນຂ້າມແມ່ນ ໄດ້ແນ່ໃສ່ຕະຫຼາດຂອງທຸລະກິດ. ໂຊໂຟດ ັAnti-Virus engine ແລະ ໂຕລະບຸປະເພດຂອງໄຟລ໌ ປະຈຸບັນໄດ້ລວມເຂົ້າໃນ Webroot Spy Sweeper ດ້ວຍ Anti-Virus.
ການຄົ້ນຄວ້າ
|
||
| Last Updated on Wednesday, 11 May 2011 03:01 |
| TTIT |
| About us |
| Sophos |
| Web Site & Training |
| CCTV |
| Network |
| Contact us |