About TTiT Solutions Company Co,.Ltd
|
ຈາກວິໃສທັດ ໄດ້ເບິງເຫັນຄວາມສຳຄັນ ໃນການພັດທະນາບຸກຄະລາກອນ ກໍຄືພັດທະນາປະເທດຊາດໃນການນຳໃຊ້ ເຕັກໂນໂລຍີ ແລະ ຂໍ້ມູນຂ່າວສານປະກອບເຂົ້າໃນທຸກຫນ້າທີ່ວຽກງານ ແລະ ຈາກປະສົບການຫຼາຍວ່າ 8 ປີ. ໃນການ ຈັດຕັ້ງປະ ຕິບັດວຽກງານໄອທີທີ່ໃຫ້ບໍລິການທາງດ້ານ ໃຫ້ຄຳປຶກສາຈົດຊື່ເວັບໃຊ້, ອອກແບບ ແລະ ພັດທະນາເວັບ ໃຊ້, ພື້ນທີ່ຝາກເວັບໃຊ້, ລະບົບປ້ອງກັນໄວລັດແບບໂຊລູເຊິນ (SOPHOS Anti – Virus ), ຝືກອົບຮົມການສ້າງເວັບ ໃຊ້ດ້ວຍຈູມລາ, ຕິດຕັ້ງລະບົບອິນເຕີເນັດ ແລະ ລະບົບເຄື່ອຂ່າຍ, ລະບົບຮັກສາຄວາມປອດໄພ (ກ້ອງວົງຈອນປິດ), ຕິດຕັ້ງເດີນສາຍ ແລະ ເຊື່ອມຕໍ່ສາຍໄຍແກ້ວ ທັງຕິດຕັ້ງເດີນສາຍພາຍໃນ ແລະ ຕືກອາຄານ ແລະ ຜ່ານການປຶກສາຫາ ລືໃນໝູ່ຄະນະ, ຈຶ່ງເຫັນວ່າ ມີຄວາມເໝາະສົມ ແລະ ເປັນໄປໄດ້ສູງໃນການສ້າງຕັ້ງເປັນ ບໍລິສັດ ຄື ບໍລິສັດ ທີທີ ໄອທີ ໂຊໂລເຊິນ ຈຳກັດ ແລະ ພວກເຮົາໄດ້ເບິງເຫັນຄວາມສຳຄັນກັບຄວາມຕ້ອງການຂອງລູກຄ້າສະເຫມີດ້ວຍຄວາມຕ້ອງ ການທີ່ຫຼາກຫຼາຍທັງຫຼາຍຮູບແບບ ຂອງລູກຄ້າ ເຮົາຈິງມີການພັດທະນາ ບຸກຄະລາກອນ ອ້າຍນ້ອງວິຊາການໃຫ້ມີ ຄວາມຊຳນານ ໃນການເຊື່ອມຕໍ່ລະບົບຕ່າງໆ ເຂົ້າໄວ້ນຳກັນ ຕັ້ງແຕ່ລະດັບຂອງໂຄງສ້າງພື້ນຖານ ຈົນໄປຮອດລະບົບ ໂຄງສ້າງ ທີ່ໃຫຍ່ ໃນຮູບແບບ ໂຊໂລເຊິນ ເຊິງພວກເຮົາໄດ້ຮັບຄວາມຊ່ວຍເຫຼືອເປັນຢ່າງດີຈາກ ພັນທະມິດ ທາງການ ຄ້າຂອງພວກເຮົາເຊັ່ນ :

ເນື່ອງຈາກໃນປະຈຸບັນເຕັກໂນໂລຍີ ແລະ ຂໍ້ມູນຂ່າວສານ ໄດ້ເຂົ້າມາມີສ່ວນໃນວຽກງານທຸລະກິດ ທັງພາກລັດ ແລະ ພາກເອກະຊົນ ມີການຂະຍາຍໂຕສູງຂື້ນ ປະກອບກັບເຕັກໂນໂລຍີກໍມີການພັດທະນາປ່ຽນແປງໄປຢ່າງວ່ອງໄວ ບໍ່ວ່າ ຈະເປັນ ການສືກສາ ການຮຽນຮູ້ ຫນ່ວຍງານ ຕ່າງໆ ລ້ວນແລ້ວແຕ່ນຳໃຊ້ເຕັກໂນໂລຍີ ແລະ ຂໍ້ມູນຂ່າວສານ ເຂົ້າມາ ຊ່ວຍໃນກະບວນການປະຕິວຽກງານເພື່ອເພີ່ມປະສິດທິພາບຂອງຫນ້າວຽກຕ່າງໆຖືໄດ້ວ່າເຂົ້າມາເປັນສ່ວນຫນຶ່ງຂອງ ຊີວິດປະຈຳວັນ ແຕ່ກໍຍັງມີຈຳນວນຫຼາຍ ທີ່ຍັງບໍ່ມີການນຳໃຊ້ເຕັກໂນໂລຍີເຂົ້່າມາໃຊ້ງານ. ສະນັ້ນພວກເຮົາຈິງຖືວ່າການໃຫ້ບໍລິການຖືເປັນຫົວໃຈສຳຄັນທາງບໍລິສັດຈິງໄດ້ກະກຽມທີມງານທີ່ມີປະສົບການຄວາມ ຊ່ຽວຊານໃນດ້ານ ຕ່າງໆ ເພື່ອໃຫ້ລູກຄ້າຫມັ້ນໃຈໄດ້ວ່າ ທ່ານຈະໄດ້ຮັບການໃຫ້ບໍລິການຢ່າງມີຄຸນນະພາບດັ່ງຄຳຂວັນ ທີ່ວ່າ “ເຮົາໃຫ້ທ່ານຫຼາຍກວ່າ ທີທ່ານຄິດ” ພວກເຮົາຈະມຸ່ງຫມັ້ນນຳສະເຫນີເຕັກໂນໂລຍີທີ່ໃຫມ່ ທີ່ຊ່ວຍ ເພີິ່ມປະສິດທິ ພາບ ແລະຕອບສະຫນອງຄວາມຕ້ອງການໃນການຈັດຕັ້ງປະຕິບັດວຽກງານຂອງລູກຄ້າເພື່ອໃຫ້ເກີດປະໂຫຍດສູງສຸດ ແລະ ຄຸ້ມຄ່າໃນການລົງທຶນຂອງພວກທ່ານ.
|